วันอาทิตย์ที่ 19 กรกฎาคม พ.ศ. 2563

65ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

 ວັນສ້າງຕັ້ງສະຫະພັນແມ່ຍິງລາວ
ເພື່ອທົບທວນຫວນຄືນມູນເຊື້ອປະຫວັດສາດການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ (ສຍລ) ກໍຄືແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍ ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະເວລາ 65 ປີ (ວັນທີ 20 ກໍລະກົດ 1955-20 ກໍລະກົດ 2020),

ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າກໍຄືສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນໃນການຂົນຂວາຍຂະບວນການ ແມ່ຍິງທົ່ວປະເທດ, ເຮັດໜ້າທີ່ໃນການລ້ຽງດູ, ເບິ່ງແຍງ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດທີ່ຢູ່ແນວໜ້າ ແລະ ເຂດຄວບ ຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ; ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະ ດົມຂົນຂວາຍຊາວໜຸ່ມ, ລູກຫຼານອອກຮັບໃຊ້ປະ ເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງປະຕິບັດວຽກງານແນວຫຼັງ, ເພີ່ມ ພູນຜະລິດ ຜົນຫາລ້ຽງກຸ້ມຕົນເອງ, ປະຢັດ ເຂົ້າປາອາຫານເພື່ອສົ່ງໄປແນວໜ້າ, ພ້ອມທັງເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຢ່າງອົງອາດກ້າຫານ, ເຂົ້າຮ່ວມເປັນ ກຳລັງແຮງສຳຄັນໃນທຸກຂົງເຂດວຽກງານທາງດ້ານການເມືອງ, ເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະ ປະຕິບັດວຽກງານອື່ນ ດ້ວຍຄວາມຮັບ ຜິດຊອບສູງ ພ້ອມທັງຄຽງບ່າຄຽງໄຫຼ່ກັບເພດຊາຍໃນການຕໍ່ສູ້ກັບສັດຕູ ຕີເອົາຊະນະຈັກກະພັດຜູ້ຮຸກຮານ ນັບເປັນເວລາຫຼາຍສິບປີ ມີແມ່ຍິງໄດ້ເປັນ ວິລະຊົນແຫ່ງຊາດ ຈຳນວນ 22 ທ່ານ  ແລະ ເປັນນັກຮົບແຂ່ງຂັນທົ່ວປະເທດ ຈຳ ນວນ 24 ທ່ານ ການອຸທິດອັນໃຫຍ່ຫຼວງຂອງແມ່ຍິງບັນດາເຜົ່າ ໄດ້ເຮັດໃຫ້ກຳລັງປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເປັນການປະກອບສ່ວນເຂົ້າໃນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

            ນັບແຕ່ປີ 1976 ເປັນຕົ້ນມາ, ເພື່ອ ສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ສຍລ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການ ເມືອງທີ່ຖືກມອບໝາຍໃນແຕ່ລະໄລຍະ, ເວົ້າສະເພາະ ນັບແຕ່ປີ 1984 ໄດ້ຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຕ່ລະຄັ້ງ (ແຕ່ຄັ້ງທີ I-X) ມາເປັນ ແຜນງານ, ໂຄງການ, ກິດຈະກໍາອັນລະ ອຽດຂອງຕົນ ພ້ອມທັງ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຕົວຈິງໃນຂັ້ນຂອງຕົນຢ່າງເປັນຂະບວນການກວ້າງຂວາງ, ໄດ້ນຳພາປັບປຸງກົງຈັກການຈັດຕັ້ງພາຍໃນ ສສຍລ,  ພາລະ ບົດບາດ ແລະ ການເຄື່ອນໄຫວຂອງ ຄະນະ ສຍ ຂັ້ນແຂວງ, ກະຊວງ, ອົງການ, ນະຄອນຫຼວງ ແລະ ທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ສຍລ ໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດ, ການປະຕິ ບັດຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ການເຮັດໜ້າທີ່ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ການປົກປັກຮັກສາວັດທະນະທຳ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ, ພ້ອມກັນນຳພາຂະບວນການແມ່ຍິງ ລາວບັນດາເຜົ່າປະຕິບັດຄຳຂວັນ, ຂໍ້ແຂ່ງ ຂັນຂອງສະຫະພັນ ແມ່ຍິງລາວ ຕິດພັນ ກັບການແຂ່ງຂັນຮັກຊາດ ແລະ ພັດທະ ນາ, ການຈັດຕັ້ງປະຕິບັດແນວທາງນະໂຍ ບາຍຂອງພັກ-ລັດແຕ່ລະໄລຍະ.

Cr:http://laowomenunion.org.la