ຂອງແມ່ກະແຣມ ແລະ ພໍ່ກະດວດ
Phokadouda
1 ຂະບວນການຕໍ່ສູ້ຂອງແມ່ກະແຣມ.
ເມື່ອພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າຄອບຄອງປະເທດລາວເວົ້າລວມ,ເວົ້າສະເພາະແຂວງສະຫວັນນະເຂດແລ້ວ, ເຂົາກໍ່ເລີ່ມກົດຂີ່ຂູດຮີດປະຊາຊົນຄົນລາວບັນດາເຜົ່າຢ່າງຫນັກຫນ່ວງໂດຍການບັງຄັບຊາວຫນຸ່ມຊາຍສະກັນໄປອອກ
ແຮງງານແບກຫາມສົ່ງຄ່ຽນແລະສ້າງຖະຫນົນຫົນທາງພ້ອມນັ້ນເຂົາຍັງໄດ້ບັງຄັບໃຫ້ເສຍສ່ວຍໄຖ່ການແບບບໍ່ປານີ, ເຂົາໄດ້ຕັງຫລັກການໃຫ້ພວກຊາຍສະກັນ ອາຍຸແຕ່ 18 – 60 ປີ ຕ້ອງເສຍສ່ວຍຜູ້ລະ 6 ກີບ ກັບ 60 ອັດ/ປີ
(ເງິນກີບເກົ່າ) ໃນນີ້:
- ສ່ວຍປະຈຳຕົວ 2 ກີບ 50 ອັດ.
- ສ່ວຍໃຫ້ພໍ່ບ້ານບ້ານແສງ ແລະ ຄ່າໄຖ່ການ 4 ກີບ.
- ສ່ວຍພາສີເຫົ້າ 10 ອັດ.
ຖ້າຜູ້ໃດບໍ່ມີເງິນຄ່າໄຖ່ການ ຕ້ອງໄດ້ໄປເຮັດວຽກສັບພະທຸກ 16 ວັນ, ຫລື 20 ວັນ, ຍ່າງໄປຈາກບ້ານເດີມໃກ້ ຫລື ໄກຕາມຄວາມຈິງ (ເດີນທາງໄປຕາມຈຸດໃຊ້ເວລາ 2 – 3 ມື້) ພ້ອມນັ້ນຕ້ອງໄດ້ຖືເຄື່ອງນຸ່ງນອນ, ເຂົ້າ, ນໍ້າໄປແຕ່ງກິນເອົາເອງ, ສ່ວນສ່ວຍປະຈຳຕົວ 2 ກີບ 50 ອັດ ນັ້ນຂາດບໍ່ໄດ້, ຖ້າໃຜບໍ່ມີຈ່າຍກໍ່ຈະຖືກໂທດຈຳເລັ່ງຈັບໃສ່ຂາໄມ້ໄຜ່ລຳດຽວ, ເມື່ອມີຈຳນວນຮອດສິບຄົນແລ້ວ ເຂົາກໍ່ບັງຄັບໃຫ້ຍ່່າງອ້ອມໂພນເປັນສິບໆຮອບ.
ນອກຈາກການເກັບສ່ວຍໄຖ່ການທີ່ກ່າວມານີ້ແລ້ວປະຊາຊົນລາວກໍ່ຍັງຕ້ອງໄດ້ຖືກເກັບເກນໄປແບກ-ຫາມ, ຄ່ຽນສົ່ງເຈົາຫນ້າທີ່ຝຣັ່ງ,ນາຍພາສາ,ຄົນຮັບໃຊ້,ຄົນແຕ່ງກິນ,ເຄື່ອງນອນ,ອາຫານ,ການກິນແລະອື່ນໆ. ເວລາເຂົາເດີນທາງໄປວຽກແຫ່ງໃດ,ໃຊ້ເວລາຍາວນານປານໃດ ແລະຫ່າງໄກເທົ່າໃດກໍ່ຕາມ້ວນແຕ່ໄດ້ນຳສົ່ງໃຫ້ເຖິງຈຸດທີ່ຫມາຍ.
ຍ້ອນຄວາມທຸກທໍລະມານ ແລະຖືກກົດຂີ່ຂົ່ມເຫັ່ງຂູດຮີດຮອບດ້ານ, ທາງດ້ານວັດຖຸ,ຈິດໃຈ,ຮ່າງກາຍແລະ ເຫື່ອແຮງຄືແນວນັ້ນ, ບວກກັບນ້ຳໃຈຮັກຊາດແລະຮັກອິດສະຫລະພາບອັນດູດດື່ມຂອງປະຊາຊົນບັນດາເຜົ່າທີ່ມີມາຢູ່ແລ້ວ, ມາໃນປີຄສ1900ສະໄຫມທ່ານສາລາແບນ(M.SALABELLE) ເປັນຜູ້ປົກຄອງແຂວງສະຫວັນນະເຂດໄດ້ເກີດມີຂະບວນການຕໍ່ສູ້ຝຣັ່ງຂຶ້ນມາຢູ່ບ້ານບຸ່ງເມືອງຜາບັງນຳໂດຍແມ່ກະແຣມ ຊຶ່ງເປັນນ້ອງສາວຂອງ ອຸປະຮາດເມືອງຜາບັງ.
ຂະບວນການນີ້ປະກອບດ້ວຍປະຊາຊົນບັນເຜົ່າປະມານພັນກວ່າຄົນ ທີ່ມາຈາກຫລາຍເມືອງໂດຍໄດ້ຕັ້ງຜາມໃຫຍ່ສົມຄວນ ເປັນກອງບັນຊາການໃນເນື້ອທີ່ປະມານຫນຶ່ງແຮກຕາ,ມີເສັ້ນທາງເຂົ້າສູ່ຜາມໄຊກວ້າງ60ແມັດ,ແລະ ຍາວຮອດສີ່ກິໂລແມັດ,ພວກທີ່ມາຮ່ວມຂະບວນການນີ້ມີຄວາມເຊື່ອວ່າແມ່ກະແຣມເປັນຜູ້ມີບຸນທີ່ສະຫວັນສົ່ງລົງມາ ເພື່ອນຳພາການຕໍ່ສູ້ປົດປ່ອຍອອກຈາກການເປັນຂ້ອຍຂ້າ-ມ້າໃຊ້ແລະການກົດຂີ່ຂົມເຫັ່ງ, ຂູດເນື້ອເຖືອຫນັງເຊິ່ງໃນສະໄຫມສັກດີນາສະຫຍາມປົກຄອງກໍ່ຫນັກຫນ່ວງຢູ່ແລ້ວ,ບາດເຈົ້ານາຍໃຫມ່ມາ(ຝຣັ່ງ) ຊໍ້າພັດແຮ່ງຫນັກຂຶ້ນຕື່ມ ອັນນີ້ແມ່ນເພິ່ນວ່າ: ”ຫວິດກຳແລ້ວ ພັດມີເວນມາຜ່ານ ຫວິດຫ່າກ້ອມ ພັດພໍ້ຫ່າຫລວງ”
ສະນັ້ນ,ໃຜໆກໍ່ມີຄວາມສະຫມັກໃຈມາຮ່ວມພາລະກິດອັນຍິ່ງໃຫຍ່ໃນເທື່ອນີ້.ເມື່ອຝຣັ່ງຊາບຂ່າວການເຕົ້າໂຮມກຳລັງ ເພື່ອຂັບໄລ່ຕົນແລ້ວ,ພວກເຂົາໄດ້ສົ່ງກຳລັງທະຫານຈາກດົງເຫີ້ຍປະເທດອານາມ ພ້ອມດ້ວຍອາວຸດທີ່ທັນສະໄຫມມາປິດລ້ອມສູນບັນຊາການພ້ອມທັງຍິງປຶນໃຫຍ່ຂຶ້ນຟ້າເພື່ອນາບຄູ່ຄັບໄລ່, ອັນເປັນເຫດໃຫ້ບັນດາຜູ້ມາຮ່ວມຂະບວນແຕກສະລຸຜຸຜ່າຍໂຕນເຂົ້າປ່າ, ສ່ວນແມ່ກະແຣມພ້ອມຜູ້ໃກ້ສິດຈຳນວນຫນຶ່ງກໍ່ຟ້ອນງ້າວໃສ່ສັດຕູຢ່າງບໍ່ສະທ້ານຢ້ານກົວແຕ່ຢ່າງໃດ ໃນທີ່ສຸດທະຫານຝຣັ່ງກໍ່ຈັບຕົວສົ່ງລົງສະຫວັນນະເຂດ.ແລ້ວເອົາຂຶ້ນໄປວຽງຈັນເພື່ອນຳເນີນການກັກຂັງເປັນເວລາສອງປີ ຈຶ່ງໄດ້ກັບຄືນມາຢູ່ບ້ານຜາບັງ
2 ຂະບວນການຕໍ່ສູ້ຂອງພໍ່ກະດວກ
ເມື່ອຂະບວນການຂອງແມ່ກະແຣມຢູ່ບ້ານບຸ່ງຖືກປາມປາມ ແລະ ຈັບກຸມຄຸມຂັງດ້ວຍຝຣັ່ງ ແລະ ລູກມືຂຂອງເຂົາແລ້ວ, ແປວໄຟແຫ່ງຄວາມຄຽດແຄ້ນແລະຄວາມຮັກເຊື້ອແພງຊາດ,ຮັກອິດສະຫລະພາບກໍ່ບໍ່ໄດ້ຖືກດັບສູນລົງໄດ້ ເພາະໃນຈຳນວນພວກທີ່ແຕກອອກຈາກບ້ານບຸ່ງນັ້ນກໍ່ຍັງມີບຸກຄົນຂັ້ນນຳຈຳນວນຫນຶ່ງຊຶ່ງນຳໂດຍ “ພໍ່ ກະດວກ”.
ພໍ່ກະດວກ ຄົນນີ້ຊື່ເດີມຂອງເພິ່ນແມ່ນທ້າວ ອາຍີ່ ເປັນລູກຂອງພໍ່ອາຍັງຊົນເຜົ່າບຣູທີ່ມາຈາກພູພຽງບໍລະເວນ, ແມ່ຂອງເພິ່ນຊື່ວ່ານາງບຸນຖົມເຜົ່າພູໄທ ເຊື້ອສາຍຂອມ ຊຶ່ງມີພພະຍາກະເຕາະເປັນເຈົ້າກົກເຈົ້າເລົ່າຢູ່ບໍລິເວນບ້ານຣູບຣອງ (ພະລູ-ພະລອງ)ເມືອງພີນ,ທ້າວອາຍີ່ເປັນຄົນດຸຫມັ່ນຂະຫຍັນພຽນ, ມີຄວາມມານະອົດທົນເພື່ອແຜ່ຮັກແພງມູ່ເພື່ອນຍາດພີ່ນ້ອງແຕ່ບໍ່ມັນໍກການກົດຂີ່ຂົ່ມເຫັງ,ເກັບເກນແລະ ເສຍສ່ວຍໄຖ່ການ,ເຊິ່ງເມື່ອກ່ອນກໍ່ໄດ້ເສຍສ່ວຍໃຫ້ແກ່ອານາມແລະສະຫຍາມ, ບາດຝຣັ່ງເຂົ້າມາປົກຄອງແອກທີສາມກໍ່ມາເຕັງຄໍຕື່ມອີກ,ອາຍີ່ໄດ້ແຕ່ງງານກັບຍິງຄົນຫນຶ່ງຢູ່ບ້ານດຽວກັນແລະ ໄດ້ທາຍາດຮ່ວມກັນສອງຄົນ,ຜູ້ກົກຊື່ວ່ານາງກະຫລ່ວຍ ແລະ ຜູ້ທີສອງຊື່ວ່າທ້າວກະດວດ, ຍ້ອນວ່າອາຍີ່ມີນ້ຳໃຈຮັກຊາດ, ຮັກອິດສະຫລະພາບແລະເຄີຍນຳພາຫມູ່ເພື່ອນເຄື່ອນໄຫວສະກັດລັດຕີກອງທະຫານຝຣັ່ງແລະ ລູກແຫລ່ງຕີນມືຂອງພວກເຂົາທີ່ອອກໄປລາດຕະເວນ,ເກັບເກນ,ປາບປາມແລະ ບັງຄັບປະຊາຊົນບັນດາເຜົ່າໃຫ້ສົ່ງໄປຄ່ຽນເປັນກຸລີແບກຫາມຫລືເຮັດວຽກສັບປະທຸກຕ່າງໆ ໂດຍບໍ່ມີຄ່າລາງວັນຕອບແທນຫຍັງ,ໃນປີຄສ 1900 ໄດ້ມີຄົນມາຕິດຕໍ່ຊັກຊວນ ອາຍີ່ ໃຫ້ໄປຮ່ວມກອງປະຊຸມປິດລັບຂອງ “ຜູ້ມີບຸນ”ຈາກສອງຝັ່ງຂອງ ເຊິ່ງຈັດຢູ່ເມືອງເຂັມມະລາດ ພາຍໃຕ້ການເປັນປະທານຂອງ ພະເຂັມມະລາດ ເດດຊະນາລັກ (ເຈົ້າເມືອງເຂັມມະລາດ)ມີຜູ້ຕາງຫນ້າຫລາຍຂະບວນການເຂົ້າຮ່ວມເອີ້ນວ່າ:“ກອງປະຊຸມຜູ້ມີບຸນ” ຜ່ານການແລກປ່ຽນຄວາມຄິດເຫັນກັນແລ້ວ ກອງປະຊຸມ ກໍ່ໄດ້ຕົກລົງ:
· ໃຫ້ປະຊາຊົນຢູ່ຝັ່ງຊ້າຍແມ່ນ້ຳຂອງ ຕໍ່ຕ້ານຝຣັ່ງ.
· ໃຫ້ປະຊາຊົນລາວຢູ່ຝັ່ງຂວາແມ່ນ້ຳຂອງ ຕໍ່ຕ້ານສັກດີນາສະຫຍາມ.
·ໃຫ້ໃຊ້ຮູບການສາສະຫນາໃນການປຸກລະດົມຂົນຂວາຍເບື້ອງຕົ້ນແລ້ວຈຶ່ງກ້າວໄປສູ່ການສ້າງ ກອງກຳລັງປະກອບອາວຸດ.
· ໃຫ້ໃຊ້ລາຍແທງ ແຈກຢາຍໄປທົ່ວທຸກບ່ອນທີ່ມີຄົນລາວ ໂດຍຮຽກຮ້ອງໃຫ້:

1. ກະກຽມຫາອາວຸດ ແລະ ສະສົມສະບຽງອາຫານ.
2. ຈັດຕັ້ງກອງກຳລັງປະກອບອາວຸດພື້ນບ້ານ.
3. ຜູ້ນຳພາຂະບວນໃຫ້ໃສ່ຊື່ວ່າ “ຜູ້ມີບຸນ”
ເຊິ່ງໄດ້ຮັບຄຳສັ່ງຈາກ ພະຍາທຳມິກະຣາດ
ໃຫ້ເລີ່ມລຸກຂຶ້ນພ້ອມກັນໃນກາງເດືອນ 6 ຄສ 1901 (1)
ລາຍແທງ:(ແມ່ນຈານຫລືຂຽນຂໍ້ຄວາມທີ່ຫນ້າຄິດເປັນປິດສະຫນາລົງໃສ່ໃບລານແລ້ວສົ່ງລົງໄປຕາມທ້ອງຖິ່ນຕ່າງໆ ເພື່ອຈຸດປະສົງໃດຫນຶ່ງ). ເນື້ອໃນກອງປະຊຸມຂອງຜູ້ມີບຸນ ຢູ່ເຂັມມະລາດມີດັ່ງນີ້: “ເມື່ອເຖິງກາງເດືອນ 6 ປີ ສະລຸ ຄສ 1901 ຈະເກີດເຫດຮ້າຍໃຫຍ່ຫລວງ ຫີນແຫ່ຈະກາຍເປັນເງິນເປັນຄຳ ຫມາກອຶ ຫມາກແຕງ ຈະກາຍເປັນຊ້າງ, ມ້າ, ຄວາຍດ່ອນ, ຫມູຈະກາຍເປັນຍັກຂຶ່ນມາກິນຄົນ”ທ້າວພະຍາທໍາມິກະຣາດ(ຜູ້ມີບຸນ)ຈະມາເປັນໃຫຍ່ໃນໂລກ ໃຜຢາກພົ້ນຈາກເຫດຮ້າຍນີ້ກໍ່ໃຫ້ຄັດລອກບອກຄວາມລາຍແທງໃຫ້ຮູ້ຕໍ່ໆກັນໄປ ຖ້າໃຜເປັນຄົນບໍລິສຸດບໍ່ເຄີຍທຳຄວາມຊົ່ວໃດໆແລ້ວໃຫ້ເອົາຫີນແຮ່ມາເກັບລວບລວມໄວ້ທ່າທ້າວພະຍາທຳມິກະຣາດຈະ
ມາຊຸບໃຫ້ເປັນຄຳ,ຖ້າຜູ້ໃດເຄີຍທຳຄວາມຊົ່ວຕ່າງໆແລ້ວໃຫ້ພາກັນມາຕັດກຳເສຍໂດຍຈັດພິທີນິມົນພຣະສົງມາຫົດນ້ຳມົນໃຫ້, ຖ້າຢ້ານຕາຍກໍ່ໃຫ້ຂ້າຄວາຍດ່ອນ ແລະ ຫມູເສຍກ່ອນກາງເດືອນ 6 (1)
ການໄປຮ່ວມກອງປະຊູມໃນເທື່ອນີ້, ອາຍີ່ໄດ້ມີໂອກາດພົບກັບບຸກຄົນ ສໍາຄັນຫລາຍທ່ານ ເປັນຕົ້ນ: ອົງແກ້ວ,
ພະຍາຂອມ(ອົງກົມມະດຳ)ຈາກພູພຽງບໍລະເວນ,ຍາທ່ານແກ້ວ,ອົງລ້ານຊ້າງແລະອົງຈັກກະໂລວິຕຸຈາກເມືອງຈຳພອນແລະ ຜູ້ອື່ນໆທີ່ມາຈາກຫລາຍແຫ່ງ,ພວກເພິ່ນໄດ້ກັນປຶກສາຫາລືແລະແຈ້ງສະພາບການຕ່າງໆພາຍໃນທ້ອງຖິ່ນຕົນແລະ ໄດ້ຕົກລົງໃຫ້ຄຳຫມັ້ນສັນຍາວ່າ:ຈະໃຫ້ການຊ່ວຍເຫລືອສະຫນັບສະຫນູນເຊິ່ງກັນແລະກັນ.ອົງແກ້ວແລະ ອົງກົມມະດຳໄດ້ຕົກລົງຈະສົ່ງກອງກຳລັງຈຳນວນຫນຶ່ງມາຊ່ວຍອາຍີ່ເວລາອາຍີ່ເປີດຍຸດທະການບຸກຕີກອງທະຫານຝຣັ່ງ. ເມື່ອກັບມາຮອດວັດປ່າບ້ານເລົ່າຫາດ(ເມືອງຈຳພອນ)ອັນເປັນສໍານັກຂອງຍາທ່ານແກ້ວແລະຍາທ່ານອິນແລ້ວ, ອາຍີ່ກໍ່ເລີຍຕັດສິນໃຈເຂົ້າບັນພະຊາເປັນຕາຜ່າຂາວ, ເພື່ອເປັນການກຳບັງ ແລະ ຫລົບຫລີກ ການຕິດຕາມຈັບກຸມຂອງ
ພວກຝຣັ່ງແລະກໍ່ຈະມີຄວາມສະດວກໃນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິຂອງກອງປະຊຸມ ເຂັມມະລາດ ໃຫ້ເປັນຮູບ
ປະທໍາ.ເມື່ອຊາບຂ່າວວ່າ:ອາຍີ່ມາເຄື່ອນໄຫວຢູ່ເມືອງຈຳພອນບັນດາພີນ້ອງ,ຫມູ່ເພື່ືອນແລະຜູ້ມີຄວາມສັດທາ ໃນຄວາມປີຊາສາມາດຂອງ ອາຍີ່ຈາກບຣູ-ບຣອງ,ສະແລໃຕ້-ສະແລເຫນືອ,ຕັງຫວາຍ-ລໍາທວາຍແລະບ່ອນ
ອື່ນໆກໍ່ໄດ້ຊັກຊວນອວນຕ້ານການຕິດຕາມນຳມາຫາເຊິ່ງໃນນັ້ນມີລູກຊາຍອາຍີ່ຊື່ວ່າ:ທ້າວກະດວກມານໍາດ້ວຍ. ເມື່ອມາຮອດຕາຜ້າຂາວອາຍີ່ກໍ່ໄດ້ແນະນຳໃຫ້ພາກັນຕັ້ງທີ່ຢູ່ອາາໃສແຄມຫນອງກະດັນຊຶ່ງໄດ້ຊື່ວ່າ:ບ້ານຫນອງກະດັນ ເມື່ອກອງທະຫານຝຣັ່ງໄດ້ປາບປາມຂະບວນການຂອງພໍ່ກະດວກແລ້ວເຂົາກໍ່ໄດ້ສັ່ງໃຫ້ຍາຫລວງປຸ້ຍເຈົ້າເມືອງໆຄັນທະບູລີສົບທົບກັບຍາຫລວງເພັດເຈົ້າເມືອງໆຈຳພອນປະກາດລຶບລ້າງບ້ານຫນອງກະດັນແລ້ວໃສ່ຊື່ໃຫມ່ວ່າ:ບ້ານຄຳສີດານັບແຕ່ທ້າຍປີ ຄສ 1903 ມາຈົນເຖິງທຸກວັນນີ້.
ເມື່ອຈັດສັນທີ່ພັກເຊົາຮຽບຮ້ອຍແລ້ວຕາຜ້າຂາວອາຍີ່ກໍ່ໄດ້ດໍາເນີນການເຜີຍແຜ່ພະທໍາຄໍາສອນຂອງພະສຳມາສຳພຸດທະເຈົ້າໂດຍເອົາຫລັກທຳກ່ຽວກັບການປົດທຸກດ້ານຈິດໃຈ ກໍ່ຄືທາງດ້ານວັດຖຸອັນໄດ້ແກ່ປົດປ່ອຍຕົນເອງອອກຈາກການຂົດຂີ່ຂົ່ມເຫັງ,ຂູດເນື້ອເຖືອນຫນັງແລະ ບັງຄັບເກັບເກນເສຍສ່ວຍໄຖ່ການ.
ເມື່ອຊາບຂ່າວວ່າມີ “ຕາຜ້າຂາວ” ຊຶ່ງຣາຊະດອນທ້ອງຖິ່ນໃສ່ຊື່ວ່າ: “ຜູ້ມີບຸນ” ຈະມາປົດປ່ອຍອອກຈາກຄວາມທຸກຍາກ, ຊາວທ່າມ່ວງ, ສະຄຶນ, ແກ້ງກອກ, ກະດານ, ເລົ່າຫນາດ, ຫ້ວຍຊາຍ ແລະ ຈາກບ້ານອື່ນໆ ໃນບໍລິເວນນັ້ນລວມມີຫ້າຕາແສງ ກໍ່ມີຄວາມເຫລື່ອມໃສໃຈສັດທາໃນຕົວ“ຜູ້ມີບຸນ”ເມື່ອຮູ້ເຖິງຈຸດປະສົງອັນແທ້ຈິງແລ້ວ,ບັນດາບຸກຄົນເຫລົ່ານັ້ນ ກໍ່ຍິງມີຄວາມກະຕືລືລົ້ນຢາກມີການປະກອບສ່ວນເຂົ້າເປັນກ້ອນກຳລັງ,ຍ້ອນວ່າຝູງຊົນໃນທ້ອງຖິ່ນນີ້ກໍ່ມີເລືອດນັກສູ້ແລະ ຄວາມຄຽດແຄ້ນເປັນເດີມພັນຢູ່ແລ້ວ.ນອກຈາກປະຊາຣາສະດອນຊາວໄຮ່ນາສາມັນແລ້ວກໍ່ຍັງມີອາດຍາມາດມະນີວົງ ຕາແສງເລົ່າຫນາດ,ອາດຍາອຸປະສິດຕາແສງແກ້ງກອກພ້ອມອີກສາມຕາແສງໃນບໍລິເວນໃກ້ຄຽງທີ່ໄດ້ຮັບຍົດຖາບັນດາສັກ ແລະມີຖານະຄອບຄົວທີ່ດີຢູ່ແລ້ວແຕ່ກໍ່ພ້ອມກັນສະຫມັກໃຈແລະຊ່ວຍກັນຂົນຂວາຍປຸກລະດົມເອົາປະຊາຣາສະດອນ ເຂົ້າຮ່ວມຂະບວນການຂອງຕາຜ້າຂາວອາຍີ່.ເມື່ອເຫັນວ່າມີກ້ອນກຳລັງຫລາຍແລ້ວ ຕາຜ້າຂາວອາຍີ່ກໍ່ໄດ້ລາສິກຂາຈາກເພດພົມມະຈັນອອກສູ້ຄອງຄະລາວາດເພື້ອຫລີກຈາກການຕ້ອງອາບັດຂອງວິໄນສົງ, ເມື່ອເພິ່ນສິກອອກແລ້ວ, ຊາວບ້ານກໍ່ເອີ້ນເພິ່ນວ່າ “ພໍ່ກະດວດ” ຍ້ອນເພິ່ນມີລູກຊາຍຕິດມານຳຊື່ວ່າ: ທ້າວກະດວດ.
ເພິ່ນນໍາພາຕັ້ງຜາມໄຊຫລັງໃຫຍ່ຂຶ້ນເພື່ອເປັນກອງບັນຊາການຢູ່ລະຫວ່າງບ້ານຫນອງ - ເລົ່າຫນາດ -ກະດານ ແລະ ຫນອງກກະດັນຫ່າງຈາກແກ້ງກອກໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 6 – 7 ກິໂລແມັດ, ກອງປະຊຸມເທື່ອທໍາອິດ ໄດ້ໄຂຂຶ້ນໃນມື້ຂຶ້ນ 3 ຄໍ່າເດືອນ 3 ປີ ສະລຸ ພສ 2444, (ຄສ 1901) ໂດຍພາຍໃຕ້ການເປັນປະທານຂອງພໍ່ກະດວດ, ພາຍຫລັງໄດ້ຮັບຟັງພໍ່ກະດວດກ່າວເຖິງຈຸດປະສົງວ່າ:ຈະດຳເນີນການຕໍ່ສູ້ຝຣັ່ງຜູ້ມາກົດຂີ່ຂົມເຫັງແລ້ວ, ທີ່ປະຊຸມກໍ່ມີຄວາມຫ່າວຫັນແລະເຫັນດີເຫັນພ້ອມຈາກນັ້ນຈຶ່ງໄດ້ຕົກລົງມອບຫມາຍຫນ້າທີ່ຄວາມຮັບຜິດຊອບຄືດັ່ງນີ້: ນາຍອົ້ນຄົນບ້ານ ກະດານໃຫ້ເປັນເຈົ້າອົ້ນຮັບຜິດຊອບກຳລັງພົນ ໂດຍມີອົງຂຽວ, ອົງເທັ້ງຄົນບ້ານ ຫນອງກະດັນ ເປັນຜູ້ຮອງ, ຊ່ວຍຂົນຂວາຍປຸກລະດົມເອົາກຳລັງເຂົ້າມາຕື່ມ, ຕັ້ງທ້າວສີໂຫຄົນບ້ານ ເລົ່າຫນາດ ຄຸມທະຫານມ້າ, ຕັ້ງທ້າວໄຊຍະມຸງຄຸນ ຄົນບ້ານ ນາຄູເປັນພະລາທິການ ແລະ ຮັບຜິດຊອບຄັງແສງ (ເຮັດອາວຸດ, ຫອກ, ຫລາວ, ງ້າວ, ປືນແກັບ, ປືນເພີງ, ປືນສາມໂປ້ງແລະສະສົມສະບຽງອາຫານ)ຍາທ່ານແກ້ວສົມເດັດອິນເປັນຜູ້ເຮັດກະຕຸດຄາຖາແລະ ຊອກຫາເຄື່ອງແຄ້ວຂອງຄົງປະກອບໃຫ້ແກ່ບັນດານັກຮົບ ເພື່ອອິດສະຫລະພາບ, ສ່ວນພໍ່ກະດວດເອງ ເປັນຜູ້ບັນຊາການສູງສຸດ ເຊິ່ງປະກອບດ້ວຍຄະນະເສນາທິການທີ່ມາຈາກພູພຽງບໍລະເວນແລະຝັ່ງຂວາແມ່ນ້ຳຂອງອັນໄດ້ແກ່ ຜູ້ຕາງຫນ້າອົງແກ້ວອົງບຸນຈັນ, ອົງເຫລັກ, ອົງທອງ, ພາກສ່ວນມາຈາກເມືອງຊານຸມານ (ກະດານຄຳໂນ) ກໍ່ມີອົງຈັກກະໂລວິຕຸ ແລະ ອົງລ້ານຊ້າງການລະດົມຂົນຂວາຍກຳລັງພົນ, ການຝຶກແອບວິທີການສູ້ຮົບ ແລະ ການປະກອບອາວຸດດຳເນີນມາໄດ້ປີປາຍ, ພໍຮອດເດືອ6ຂຶ້ນ3 ຄ່ຳ ປີຂານ ພສ 2445 (ວັນທີ 19 ເມສາ ຄສ 1902) ກອງທັບເພື່ອອິດສະຫລະພາບຂອງພໍ່ກະດວດ, ເຊິ່ງມີກຳລັງພົນເກືອບ 3.000 ຄົນ, ມີປືນແກັບ, ປືນເພີງ ແລະ ປືນສາມໂປ້ງລວມແລ້ວ 600 ກະບອກເຫລືອນັ້ນຖືຫອກ ດາບ ແລະ ງ້າວ. ຍ່າງອອກຈາກໂຄກຜາມພຽງຜ່ານໄປເຂົ້າດົງຫນອງກະດັນຕັດໄປໃສ່ບ້ານ ລະໂອງ -ນາຄໍາ,ນາໃຕ້ແລະສົ້ມປ່ອຍ ຮອດຫົວເຊັງໃນມື້ຂຶ້ນ.7.ຄ່ຳເດືອນ.6.ພສ.2445.(ວັນ.ທີ23.ເມສາ.ຄສ.1920)ກອງທັບພໍ່ກະດວດ ກໍ່ໄດ້ບຸກເຂົ້າເຮືອນຮັງຂອງສັດຕູ, ພໍ່ກະດວດ ເຊິ່ງເປັນແມ່ທັບໃຫຍ່ ໄດ້ຂຶ້ນມ້າອອກຫນ້າ, ເຈົ້າອົ້ນຄຸມທະຫານຢູ່ດ້ານຫລັງ, ອົງຂຽວຄຸມຢູ່ດ້ານຂ້າງຂວາ, ອົງເທັ້ງຄຸມຢູ່ຂ້າງຊ້າຍ.
ຝ່າຍສັດຕູມີທະຫານທີ່ມາຈາກອານາມຈໍານວນ3ກອງຮ້ອຍແລະແບ່ງເປັນ2ຈຸ,ຈຸທີ1ມີ2 ກອງຮ້ອຍຕັ້ງປະຈັນບານຢູ່ທາງຫນ້າ,ສ່ວນ1ກອງຮ້ອຍຂວ້າມຫ້ວຍລົງກົງທາງກ້ຳເຫນືອ ລັດໃສ່ດົງດຳດວນຫລອນຕີຕັດຫລັງທະຫານ “ເຈົ້າມີບູນ”.
ເມື່ອຂ້ວາມຫ້ວຍລົງກົງແລ້ວພໍ່ກະດວກລົງຈາກຫັລງມ້າທັງຂົ່ມຄາຖາສ່ວນຕົວວ່າ:ອັດຕີຕັນ ໂຕນະໂມຕັນຕູພະວະຕູຕັນ ໂມນະໂຂຕັນຕິສູດໄດ້ຫົກຫລົບແລ້ວທືບຕີນສາມບາດ, ຈາກນັ້ນທັງຫມົດກໍ່ພາກັນສູດຄາຖາວ່າ: ສາທຸໂມສາ,ທຸສາໂມສາພ້ອມທັງແລ້ນຕະລຸມບອນເຂົ້າຢ່າງບ່ຄິດເຖິງຊິວິດຄິດແຕ່ຄວາມຄຽດແຄ້ນແລະ ຢາກດັບສູນສັດຕູເປັນເດີມພັນ.ການຕໍ່ສູ້ຢ່າງອົງອາດກ້າຫານຂອງນັກຮົບເພື່ອອິດສະຫລະພາບຄັ້ງນັນແມ່ນດຸເດືຶອດ ແຕ່ມັນເປັນການປະລອງຍຸດແບບບໍ່ກ້ຳເກິ່ງທາງດ້ານອາວຸດ ຍຸດໂທປະກອນ, ເນື່ອງຈ່າກວ່າຝ່າຍນຶ່ງມີອາວຸດແບບປະຖົມປະຖານ, ແຕ່ອີກຝ່າຍນຶ່ງພັດມີກຳລັງໄຟທີ່ທັນສະໄຫມແລະທາງສິລະປະຍຸດທະວິທີກໍ່ເຫນືອກວ່າຈຶ່ງເຮັດອີກຝ່າຍນຶ່ງ ມີການລົ້ມຕາຍເປັນຈຳນວນຫລວງຫລາຍ.ເມື່ອສະພາບການຜັນແປໄປໃນທາງລົບໃຫ້ແກ່ຝ່າຍຕົວຄືແນວນັ້ນ, ຜູ້ບັງຄັບບັນຊາຈຶ່ງໄດ້ມີຄຳສັງໃຫ້ນັກຮົບຖອນທັບ ແລະກັນຕີຜ່າວົງປິດລ້ອມຂອງສັດຕູກັບຄືນຖານທີ່ຫມັ່ນແລ້ວໄປຫລົບຢູ່ດົງກວາງໂຕນ (ເຂດເມືອງ ຈຳພອນ)
Cr:https://sites.google.com/site/historysavannaketinlaos/lao-6
Cr:VDO LAODER STUDIO
https://www.youtube.com/watch?v=-o_jcSostdE